ອາຊຽນ ເນັ້ນໜັກກ່ຽວກັບ ວຽກງານຄຸ້ມຄອງປັນຍາປະດິດ
ວິທະຍຸກະຈາຍສຽງຂອງ ຫວຽດນາມ ລາຍງານໃຫ້ຮູ້ໃນວັນທີ 2 ກຸມພາ 2024 ຜ່ານມານີ້ວ່າ: ອາຊຽນ ໄດ້ປະກາດເອກະສານ
ແນະນຳກ່ຽວກັບການຄຸ້ມຄອງປັນຍາປະດິດ (AI) ແລະ ຊອກຫາວິທີການຊຸກຍູ້ການນຳໃຊ້ເຕັກໂນໂລຊີດັ່ງກ່າວຢ່າງມີຄວາມຮັບຜິດ
ຊອບ ໃນບັນດາອົງການທີ່ຂຶ້ນກັບລັດຖະບານ ແລະ ວິສາຫະກິດຕ່າງໆ.
ລາຍງານໄດ້ໃຫ້ຮູ້ວ່າ: ເອ ກະສານດັ່ງກ່າວໄດ້ປະກາດນຳໃຊ້ພາຍຫຼັງກອງປະຊຸມລະຫວ່າງບັນດາ ລັດຖະມົນຕີທີ່ຮັບຜິດຊອບຂົງ
ເຂດວຽກງານດິຈີຕອນຂອງບັນດາປະເທດສະມາຊິກ ອາຊຽນ ຢູ່ ສິງກະໂປ ເພື່ອແນໃສ່ຈຸດປະສົງການສະໜັບສະໜູນ “ບັນດາອົງການ
ຈັດຕັ້ງໃນພາກພື້ນໃນການອອກແບບ, ພັດທະນາ ແລະ ຜັນຂະຫຍາຍບັນດາເຕັກໂນໂລຊີ AI ໃນບັນດາ App ການຄ້າ ແລະ ການ
ທະຫານ.
ໃນຖະແຫຼງການຮ່ວມພາຍຫຼັງກອງປະຊຸມ, ບັນດາທ່ານລັດຖະມົນຕີ ຮັບຜິດຊອບຂົງເຂດວຽກງານດິຈິຕອນ ອາຊຽນ ໄດ້ເນັ້ນ
ໜັກເຖິງຄວາມຈຳເປັນໃນການສ້າງບັນດານະໂຍບາຍ ແລະການແນະນຳ ເພື່ອແນໃສ່ຊຸກຍູ້ການພັດທະນາບັນດາເຕັກໂນໂລຊີ ທີ່ຫາກໍ່
ພົ້ນເດັ່ນຂຶ້ນຢ່າງມີຄວາມຮັບຜິດຊອບ ແລະ ປອດໄພ. ນອກນີ້, ບັນດາທ່ານລັດຖະມົນຕີທີ່ຮັບຜິດຊອບວຽກງານດັ່ງກ່າວຂອງອາຊຽນ
ຍັງໄດ້ຕົກລົງເຫັນດີສ້າງຕັ້ງຫນ່ວຍສະເພາະກິດ ເພື່ອຕິດ ຕາມກວດກາ ແລະ ປຶກສາຫາລືວຽກງານກ່ຽວກັບ AI.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/02/2024